ພວກເຮົາແມ່ນບໍລິສັດວັດສະດຸທົດແທນ

ວິທີການລາຍງານຄວາມກັງວົນຂອງທ່ານ

ສະເໜີຂຶ້ນ: ວິທີການລາຍງານຄວາມກັງວົນຂອງທ່ານ

ຖ້າທ່ານເຫັນພຶດຕິກຳທີ່ບໍ່ເໝາະສົມ, ໃຫ້ສະເໜີຂຶ້ນຕະຫຼອດ. ໃຫ້ປະຕິບັດຕ່າມຄຳສັ່ງດັ່ງລຸ່ມນີ້ເມື່ອມີການລາຍງານ.

  • ຜູ້ຈັດການຂອງທ່ານ ເມື່ອມີຄວາມເປັນໄປໄດ້, ຜູ້ຈັດການຂອງທ່ານຄວນເປັນຜູ້ທີ່ທ່ານຕິດຕໍ່ການລາຍງານຂັ້ນຕົ້ນ.
  • ໜ່ວຍງານບຸກຄະລາກອນພາຍໃນຂອງທ່ານ (HR) ຖ້າຈຳເປັນ, ທ່ານສາມາດຕິດຕໍ່ກຸມໜ່ວຍງານບຸກຄະລາກອນ
  • ຫົວໜ້າຝ່າຍຈັນຍາບັນ ແລະ ການປະຕິບັດ 
  • Speak Up Hotline ການລາຍງານໃຫ້ສາຍດ່ວນຂອງພວກເຮົາສາມາດເຮັດໄດ້ຜ່ານ ອອນລາຍ, ໂດຍ ອີແມ໌ວ ຫຼື ໂດຍໂທລະສັບ.

ສຳລັບຄຳຖາມໃດໆ, ຕິດຕໍ່ຝ່າຍຈັນຍາບັນ ແລະ ການປະຕິບັດຕາມໄດ້ທີ່ 
code@storaenso.com

ພວກເຮົາເລືອກອະນາຄົດທີ່ສາມາດທົດແທນໄດ້

ຕົ້ນໄມ້ເຊິ່ງເປັນວັດຖຸດິບຫຼັກຂອງພວກເຮົາ  ປູກຄືນ  – ພວກມັນສາມາດທົດແທນຄືນໄດ້. ໃນເມື່ອຄວາມສາມາດໃນການນໍາກັບຄືນມາໃຊ້ໄໝ່ບໍ່ພຽງພໍອີກຕໍ່ໄປ, ຄວາມສາມາດໃນການທົດແທນແມ່ນສິ່ງທີ່ເຮັດໃຫ້ພວກເຮົາແຕກຕ່າງອອກໄປ. ຜະລິດຕະພັນທີ່ເຮັດຈາກໄມ້ຂອງພວກເຮົາແມ່ນຍັງດູດຊັບທາດອາຍກາກບອນໄດ້, ຊ່ວຍຮັບມືກັບພາວະໂລກຮ້ອນ ແລະ ຫຼາຍສິ່ງໃນຜະລິດຕະພັນເຫຼົ່ານີ້ແມ່ນສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ. ສິ່ງນີ້ເຮັດໃຫ້ພວກເຮົາເປັນສູນລວມຂອງເສດຖະກິດຊີວະພາບ.

ພວກເຮົາກຳລັງຢູ່ເທິງເສັ້ນທາງເພື່ອປ່ຽນແທນຢາງປຼາສະຕິກ ແລະ ວັດສະດຸທີ່ທົດແທນບໍ່ໄດ້ຕ່າງໆ. ພວກເຮົາເຊື່ອວ່າ ທຸກໆສິ່ງທີ່ເຮັດຈາກວັດສະດຸຈາກສາກສັດສູ່ມື້ນີ້ສາມາດເຮັດຈາກຕົ້ນໄມ້ໄດ້ໃນມື້ໜ້າ.

ພວກເຮົາດຳເນີນທູລະກິດພາຍໃຕ້ຄ່ານິຍົມຂອງພວກເຮົາ

ບໍລິສັດສະໂຕຣາເອັນໂຊມີຄວາມພາກພູມໃຈທີ່ໄດ້ດຳເນີນທຸລະກິດພາຍໃຕ້ຈຸດປະສົງ ແລະ ຄ່ານິຍົມຂອງພວກເຮົາເອງ. ຈຸດປະສົງຂອງພວກເຮົາແມ່ນ ການເຮັດສິ່ງທີ່ດີຕໍ່ຄົນ ແລະ ໂລກ. ປ່ຽນຈາກການນຳໃຊ້ວັດສະດຸທີ່ເກິດຈາກຊາກດຶກດຳບັນ (ຊາກພືດຊາກສັດ) ມາເປັນວັດສະດຸທີ່ສາມາດທົດແທນຄືນໄດ້. ຈຸດປະສົງດັ່ງກ່າວເນັ້ນໜັກຄວາມເຊື່ອຂອງພວກເຮົາທີ່ວ່າ  ບໍລິສັດສະໂຕຣາເອັນໂຊສາມາດປະກອບສ່ວນເຮັດໃຫ້ໂລກມີສີຂຽວຂຶ້ນ.

ດ້ວຍຄ່ານິຍົມຂອງພວກເຮົາແມ່ນ ນຳພາ ແລະ ເຮັດໃນສິ່ງທີ່ຖືກຕ້ອງ, ພວກເຮົາພະຍາຍາມເປັນຕົວຢ່າງທີ່ດີໃນທຸກໆດ້ານຂອງທູລະກິດຂອງພວກເຮົາ ຕະຫຼອດຮອດການພັດທະນາຢ່າງຍືນຍົງ. ພວກເຮົາຖາມຕົວເອງຢູ່ສະເໝີວ່າ: ມີຫຍັງອີກບໍທີ່ພວກເຮົາຈະສາມາດເຮັດໄດ້ ແລະ ມີຫຍັງອີກບໍທີ່ພວກເຮົາສາມາດເຮັດໃຫ້ດີຂື້ນຕື່ມ? ປະຕິບັດຕາມລະບຽບກົດໝາຍແມ່ນຈຸດເລີ່ມຕົ້ນເທົ່ານັ້ນ – ມັນແມ່ນຄ່ານິຍົມຂອງພວກເຮົາທີ່ຈະຂັບເຄື່ອນການປະພຶດຂອງພວກເຮົາ.

ເພື່ອໃຫ້ສອດຄ່ອງກັບຄ່ານິຍົມຂອງພວກເຮົາ, ພວກເຮົາເວົ້າອອກມາເມື່ອມີຄວາມກັງວົນໃຈ, ພວກເຮົາຮັບຟັງບັນຫາຄວາມກັງວົນຂອງຜູ້ອື່ນ ແລະ ພວກເຮົາຖາມເມື່ອມີຂໍ້ສົງໄສ.

 

ພວກເຮົາມີຄວາມມູ່ງໝັ້ນຕໍ່ແນວທາງຄວາມຍືນຍົງ

ສຳລັບ ສຳລັບບໍລິສັດສະໂຕຣາເອັນໂຊແລ້ວ ຄວາມຍືນຍົງແມ່ນກ່ຽວກັບການປະຕິບັດທີ່ເປັນຮູບປະທຳທີ່ຈະຊ່ວຍພວກເຮົາສາມາດບັນລຸຈຸດປະສົງຂອງພວກເຮົາຄື: “ການເຮັດສິ່ງທີ່ດີຕໍ່ຄົນ ແລະ ໂລກ. ທົດແທນວັດສະດຸທີ່ເຮັດຈາກຊາກດຶກດຳບັນ(ຊາກພຶດຊາກສັດ) ດ້ວຍ ວັດສະດຸສາມາດທົດແທນ”. ນີ້ໝາຍຄວາມວ່າພິຈາລະນາ ແລະ ປັບໃຊ້ການແລກປ່ຽນຢ່າງເໝາະສົມລະຫວ່າງຜົນກະທົບທາງສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດຈາກການດຳເນີນງານທັງໝົດຂອງພວກເຮົາ. 

ວຽກງານດ້ານຄວາມຍືນຍົງຂອງບໍລິສັດສະໂຕຣາເອັນໂຊໄດ້ຖືກແບ່ງອອກເປັນ9ຈຸດສຸມໂດຍແຕ່ລະຈຸດສຸມນັ້ນຈະມີສິດທິມະນຸດປະສົມຢູ່ນຳ. ການພົວພັນ ແລະ ການໃຫ້ຄວາມສຳຄັນຕໍ່ຊຸມຊົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນສິ່ງທີ່ຈະນຳພາພວກເຮົາໄປສູ່ການພັດທະນາຢ່າງຍືນຍົງຈຸດປະສົງຂອງພວກເຮົາແມ່ນເພື່ອສ້າງຄວາມໝັ້ນໃຈວ່າພວກເຮົາໄດ້ປະກອບສ່ວນເຂົ້າສູ່ສັງຄົມໃນທາງບວກ.