ພວກເຮົາຢູ່ຢ່າງປອດໄພ
ບໍລິສັດສະໂຕຣາເອັນໂຊຢາກໃຫ້ທຸກຄົນຢູ່ບ້ານຢ່າງປອດໄພ ລວມທັງພະນັກງານ ຂອງພວກເຮົາ, ຜູ້ຮັບເໝົາ ແລະ ຜູ້ສະໜອງຂອງພວກເຮົາຕະຫຼອດຮອດແຂກຜູ້ມາຢ້ຽມຢາມສະໜາມຂອງພວກເຮົາທັງໝົດ. ເປົ້າໝາຍຂອງພວກເຮົາແມ່ນປາສະຈາກອຸບັດຕິເຫດໃດໆ ແລະ ພວກເຮົາເຮັດວຽກທຸກໆມື້ເພື່ອໃຫ້ບັນລຸເປົ້າໝາຍນັ້ນ.
ຢູ່ທີ່ Stora Enso, ຄວາມປອດໄພເລີ່ມຕົ້ນຈາກການບໍລິຫານຄຸ້ມຄອງ ແຕ່ມັນຍັງເປັນຄວາມຮັບຜິດຊອບ ຂອງທຸກຄົນໃນການເຮັດວຽກຢ່າງປອດໄພ. ພວກເຮົາເຊື່ອໝັ້ນໃນການສ້າງວັດທະນະທຳຄວາມປອດໄພແບບເປີດເຜີຍ ທີ່ທຸກຄົນສາມາດໃຫ້ຄຳຕິຊົມ ແລະ ສັງເກດການກ່ຽວກັບການປະພຶດທີ່ປອດໄພ ແລະ ບໍ່ປອດໄພ ແລະ ເງື່ອນໄຂໃນການສ້າງ ທີ່ສ້າງສັນ. ເມື່ອພວກເຮົາເລືອກທາງເລືອກ ແລະ ການຕັດສິນໃຈທີ່ດີກ່ຽວກັບຄວາມປອດໄພ ແລະ ບອກໃຫ້ກັນຮູ້ເມື່ອພວກເຮົາຈຳເປັນຕ້ອງປັບປຸງໃຫ້ດີຂຶ້ນ, ທຸກໆອຸບັດຕິເຫດສາມາດປ້ອງກັນໄດ້.
- ສຶກສາກ່ຽວກັບນະໂຍບາຍ ແລະ ຄຳແນະນຳດ້ານຄວາມປອດໄພແບບລວມກຸ່ມຂອງພວກເຮົາ. ຍັງມີຂໍ້ກຳນົດ ແລະ ຄຳແນະນຳສະເພາະປະເທດນຳອີກມີໃຫ້ຜູ້ຈັດການ ແລະ ພະນັກງານຕ່າງໆ.
- ຕິດຕໍ່ຫຜູ້ຈັດການຝ່າຍຄວາມປອດໄພ ຫຼື ຊັບພະຍາກອນມະນຸດ ໃນທ້ອງຖິ່ນ ຂອງທ່ານສຳລັບການຝຶກອົບຮົມຄວາມປອດໄພ, ກົດລະບຽບ ແລະ ຄຳແນະນຳໃນທ້ອງຖິ່ນ.
ຖາມ: ຂ້ອຍຈະໄປຢ້ຽມຊົມໜຶ່ງໃນໂຮງງານຜະລິດ ຂອງພວກເຮົາ ແລະ ໃນຂະນະທີ່ຂ້ອຍກຳລັງຈະເຂົ້າສູ່ເຂດຜະລິດ, ເຈົ້າພາບໄດ້ເອົາແວ່ນຕານິລະໄພ ແລະ ເສື້ອກັກສະທ້ອນແສງໃຫ້ຂ້ອຍ ແຕ່ບໍ່ມີໝວກ ຫຼື ເກີບນິລະໄພ. ຂ້ອຍບໍ່ໄດ້ຮັບຄຳແນະນຳດ້ານຄວາມປອດໄພ ແລະ ຕອນນີ້ຂ້ອຍກັງວົນວ່າ ມັນປອດໄພສຳລັບຂ້ອຍແລ້ວບໍທີ່ຈະໄປຢ້ຽມຊົມເຂດຜະລິດດັ່ງກ່າວ. ຂ້ອຍຄວນເຮັດແນວໃດ?
ຕອບ: ຄຳແນະນຳດ້ານຄວາມປອດໄພ ສຳລັບໂຮງງານຜະລິດ ຂອງພວກເຮົາ ແລະ ພາກສ່ວນຕ່າງໆ, ໂຮງງານຜະລິດສະເພາະສາມາດແຕກຕ່າງກັນ, ສະນັ້ນ ມັນຈຶ່ງສຳຄັນທີ່ ທ່ານຈະສອບຖາມຜູ້ຈັດການວ່າ ຊຸດນິລະໄພ ຂອງທ່ານພຽງພໍແລ້ວບໍ. ແຕ່ຖ້າບໍ່ມີສິ່ງນີ້, ທ່ານຄວາມໄດ້ຮັບຄຳແນະນຳດ້ານຄວາມປອດໄພຢ່າງຄັກແນ່, ລວມທັງສິ່ງທີ່ຄວນເຮັດໃນເວລາສະຖານະການສຸກເສີນ, ເມື່ອທ່ານມາຮອດ. ໃຫ້ຄຳຕິຊົມຕໍ່ຜູ້ຈັດ ຂອງທ່ານ ແລະ ລາຍງານກໍລະນີດັງກ່າວເປັນການສັງເກດການດ້ານຄວາມປອດໄພຕໍ່ຜູ້ຈັດການຄວາມປອດໄພປະຈຳເຂດດັ່ງກ່າວ.