ພວກເຮົາປະຕິບັດຕາມລະບຽບກົດໝາຍ
“ເຮັດສິ່ງທີ່ຖືກຕ້ອງ” – ຄຳເຫຼົ່ານີ້ຄວນຊີ້ນໍາພະນັກງານ ຂອງ Stora Enso ທັງໝົດໃນການເຮັດວຽກແຕ່ລະມື້ ຂອງພວກເຂົາ. ນີ້ໝາຍຄວາມວ່າ ຍາມໃດພວກເຮົາກໍ່ປະຕິບັດຕາມກົດໝາຍ, ລະບຽບການທ້ອງຖິ່ນ, ຂອງຊາດ ແລະ ສາກົນທີ່ກ່ຽວຂ້ອງ ແລະ ພັນທະອາສາ ຢູ່ບ່ອນໃດກໍ່ຕາມທີ່ພວກເຮົາດຳເນີນທຸລະກິດ. ມັນເປັນສິ່ງສຳຄັນທີ່ສຸດທີ່ ທ່ານຕື່ນຕົວ ແລະ ຍຶດປະຕິບັດຕາມກົດໝາຍ ແລະ ລະບຽບການທັງໝົດ ທີ່ກ່ຽວຂ້ອງກັບວຽກ ຂອງທ່ານ ລວມທັງນະໂຍບາຍຕ່າງໆ ຂອງບໍລິສັດພວກເຮົາ. ບ່ອນທີ່ມີກົດໝາຍ ຫຼື ລະບຽບການແຕກຕ່າງຈາກຫຼັກປະຕິບັດ ຂອງ Stora Enso ພວກເຮົາຕ້ອງໃຫ້ແນ່ໃຈວ່າພວກເຮົາຕອບສະໜອງໄດ້ທັງສອງມາດຕະຖານ. ແຕ່ການປະຕິບັດຕາມກົດລະບຽບຢ່າງດຽວນ້ັນບໍ່ພຽງພໍ ພວກເຮົາໄປໄກກວ່າການປະຕິບັດຕາມ ໃນບ່ອນທີ່ເປັນໄປໄດ້ ແລະ ພະຍາມຍາມປັບປຸງໃຫ້ດີຂຶ້ນເລື້ອຍໆ.
ພວກເຮົາຍັງຕ້ອງການໃຫ້ຕົວແທນທັງໝົດ ແລະ ຄູ່ຮ່ວມທຸລະກິດ ຜູ້ທີ່ເຮັດວຽກຕາງໜ້າໃຫ້ Stora Enso ປະຕິບັດຕາມກົດໝາຍ ແລະ ວິທີປະຕິບັດດຽວກັນເຫຼົ່ານີ້, ລວມທັງຫຼັປະຕິບັດ ຂອງຜູ້ສະໜອງ ຂອງ Stora Enso.