ວັດທະນະທຳການເປີດເຜີຍ ແລະ ຄວາມຊື່ສັດແມ່ນກຸນແຈສຳຄັນຕໍ່ການເຮັດໃຫ້ພວກເຮົາປະສົບຜົນສຳເລັດໃນໄລຍະຍາວ. ການດຳລົງຊີວິດໂດຍຍຶດຖືຕາມຄ່ານິຍົມ ຂອງພວກເຮົາບໍ່ແມ່ນພຽງແຕ່ກ່ຽວກັບການປະຕິບັດກົດລະບຽບເທົ່ານັ້ນ –ແຕ່ການໃຊ້ຄ່ານິຍົມເປັນໂຕຊຸກຍູ້ກໍ່ໃຫ້ເກີດຜົນປະໂຫຍດທາງດ້ານການແຂ່ງຂັນທາງທຸລະກິດ ແລະ ພະນັກງານສົນໃຈເລື່ອງຈັນຍາບັນທຸລະກິດກຳລັງເຕີບໂຕ. ການລາຍງານກ່ຽວກັບບັນຫາຄວາມກັງວົນໃຈມັນຊ່ວຍພວກເຮົາສາມາດແກ້ໄຂສິ່ງທີ່ທ້າທາຍ ກ່ອນທີ່ພວກມັນຈະພັດທະນາເປັນບັນຫາໃຫຍ່ຂຶ້ນ ແລະ ແກ້ໄຂບັນຫາຕ່າງໆທີ່ປາກົດຂຶ້ນມາໃຫ້ສຳເລັດ. ມັນຍັງຊ່ວຍພວກເຮົາສ້າງຄວາມເຊື່ອໝັ້ນບໍ່ພຽງແຕ່ພາຍໃນບໍລິສັດສະໂຕຣາເອັນໂຊແຕ່ກັບຜູ້ມີສ່ວນກ່ຽວຂ້ອງພາຍນອກ ຂອງພວກເຮົານຳອີກ.
ຖາມກ່ຽວກັບການປະພຶດ ຫຼື ການກະທຳທີ່ເບິ່ງແລ້ວບໍ່ຖືກຕ້ອງ ແລະ ເວົ້າອອກມາ. ເມື່ອໃດກໍ່ຕາມທີ່ທ່ານຄິດ, ເພື່ອນຮ່ວມງານ ຫຼື ຄູ່ຮ່ວມທຸລະກິດອາດກຳລັງລະເມີດຄ່ານິຍົມທີ່ມີຢູ່ໃນຫຼັກປະຕິບັດນີ້, ມັນແມ່ນຄວາມຮັບຜິດຊອບຂອງທ່ານຕໍ່ການລາຍງານການລະເມີດດັ່ງກ່າວ. ທຸກໆກໍ່ລະນີທີ່ຖືກລາຍງານທັງມົດຖືກສອບສວນໂດຍທີມງານຈັນຍາບັນ ແລະ ການປະຕິບັດຕາມພັນທະນາ ຂອງ Stora Enso – ແລະ ພວກເຮົາເຮັດໃຫ້ແນ່ໃຈວ່າບໍ່ດຳເນີນການຕໍ່ຜູ້ທີ່ຖືກກ່າວຫາວ່າກະທໍາຜິດກ່ອນທີ່ຂໍ້ກ່າວຫານັ້ນຈະໄດ້ຮັບການພິຈາລະນາຢ່າງລະອຽດ. ທຸກໆບັນຫາທີ່ພົບເຫັນນັ້ນຈະຈົດຖືກບັນທຶກ, ທົບທວນ ແລະ ລາຍງາຍຕໍ່ທັງຄະນະກຳມະການຄຸ້ມຄອງຈັນຍາບັນ ແລະ ການປະຕິບັດຕາມລະບຽບ ແລະ ຄະນະຜູ້ບໍລິຫານ ຂອງພວກເຮົາ. ກໍລະນີການບໍ່ປະຕິບັດຕາມຫຼັກປະຕິບັດ ຂອງ Stora Enso ທີ່ໄດ້ພິສູດແລ້ວເຊັ່ນ: ການຮັບ ຫຼື ການໃຫ້ສິນບົນ, ຈະນຳໄປສູ່ການປະຕິບັດການຕ່າງໆ ເຊັ່ນ: ການປະຕິບັດວິໄນ, ປ່ຽນແປງໃນຂະບວນການ ຂອງພວກເຮົາ ແລະ ລວມທັງການປະຕິບັດລະບຽບກົດໝາຍ. ມາດຕະການທາງວິໄນຈະມີຄວາມເປັນທຳ ແລະ ສອດຄ່ອງເລື່ອຍໆ.
ທຸກໆຄັ້ງທີ່ທ່ານຈະເວົ້າອອກມາທ່ານຄວນຮູ້ສຶກປອດໄພ ແລະ ສະດວດທີ່ຈະເວົ້າມັນອອກມາ – ເຊິ່ງນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງບໍລິສັດສະໂຕຣາເອັນໂຊຈິ່ງປົກປ້ອງຜູ້ໃດກໍ່ຕາມທີ່ສະແດງຄວາມກັງວົນໃຈອອກມາດ້ວຍຄວາມຈິງໃຈ. ພວກເຮົາຈະບໍ່ອົດທົນອົດກັ້ນທຸກການແກ້ແຄ້ນຕໍ່ບຸກຄົນຜູ້ທີ່ມີເຈດຕະນາຄວາມເຊື່ອທີ່ດີທີລາຍງານການປະພຶດຜິດ. ທ່ານບໍ່ຈຳເປັນຕ້ອງການຮູ້ຄວາມຈິງທັງໝົດ, ແຕ່ທ່ານຕ້ອງໝັ້ນໃຈວ່າຂໍ້ມູນທີ່ທ່ານໃຫ້ນັ້ນເປັນຄວາມຈິງເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ທີ່ຈະຈົງໃຈສ້າງການກ່າວຫາທີ່ບໍ່ເປັນຄວາມຈິງ, ໃຫ້ການບໍ່ເປັນຄວາມຈິງຕໍ່ຜູ້ສອບສວນ ຫຼື ກໍ່ກວນຂະບວນການສອບສວນ.
ເພື່ອເຮັດໃຫ້ວັດທະນະທຳການເວົ້າອອກມາປາກົດເປັນຈິງ, ພວກເຮົາຍັງຈຳຕ້ອງຮັບຟັງນຳອີກ. ບັນຫາກັງວົນໃຈທັງໝົດ ແລະ ທັດສະນະທີ່ແຕກຕ່າງກັນ, ເຖິງຈະເປັນສິ່ງທີ່ຂັດແຍ່ງກັນ, ຄວນໄດ້ຮັບການຕ້ອນຮັບ, ຮັບຟັງ ແລະ ແກ້ໄຂໂດຍຜູ້ຈັດການ ຂອງພະນັກງານ. ບັນດາຜູ້ຈັດການຕ້ອງເຮັດໃຫ້ພະນັກງານ ຂອງຕົນຮູ້ສຶກວ່າ ພວກເຂົາຖືກຮັບຟັງ ແລະ ຄຳຄິດເຫັນ ຂອງພວກເຂົານັ້ນສຳຄັນ, ເຖິງແມ່ນເລື່ອງນັ້ນຈະຍາກທີ່ຈະເວົ້າເຖິງ. ບັນດາຜູ້ຈັດການຍັງມີຄວາມຮັບຜິດຊອບໃນການສົ່ງຕໍ່ຄຳຕິຕຽນທີ່ໜັກໜ່ວງຫາທີມງານກວດສອບພາຍໃນ ແລະ ທີມງານຈັນຍາບັນ ແລະ ການປະຕິບັດຕາມເພື່ອເຮັດການສືບສວນ ແລະ ການດຳເນີນການຕໍ່ໄປ.
ຖ້າຫາກທ່ານໄດ້ຍິນຄຳຄິດເຫັນດັ່ງນີ້, ທ່ານອາດກຳລັງພົບເຫັນການລະເມີດຫຼັກປະຕິບັດ ຂອງ Stora Enso ແລະ ຄວນຕິດຕໍ່ຫາຜູ້ຈັດການ ຂອງທ່ານ ຫຼື ທີມງານຈັນຍາບັນ ແລະ ການປະຕິບັດ ເພື່ອຂໍຄຳແນະນຳ:
”ຕື່ນໄດ້ແລ້ວ ນີ້ແມ່ນທຸລະກິດ. ທຸກໆຄົນກຳລັງເຮັດສິ່ງນີ້”.
”ຂ້ອຍແນ່ໃຈວ່າ ເຈົ້າເຮັດຖືກຕ້ອງແລ້ວ, ແຕ່ຕອນນີ້ ພວກເຮົາບໍ່ສາມາດຫາໄດ້ເຊິ່ງຈັນຍາບັນທັງໝົດ.”
”ນີ້ແມ່ນວັດທະນະທຳທີ່ແຕກຕ່າງກັນ.ໃນປະເທດນີ້, ນີ້ແມ່ນວິທີທາງທີ່ພວກເຮົາເຮັດທຸລະກິດ”.